lo_obs/content/45.md

10 KiB

45. ສະເຕຟາໂນ ແລະ ຟີລີບ

OBS Image

ໜຶ່ງໃນຜູ້ນໍາຄຣິດຕະຈັກຍຸກທໍາອິດ ມີຊື່ວ່າ ສະເຕຟາໂນ. ລາວເປັນຄົນທີ່ມີຊື່ສຽງ ແລະ ເຕັມໄປດ້ວຍພະວິນຍານບໍລິສຸດ ແລະ ສະຕິປັນຍາ. ສະເຕຟາໂນໄດ້ເຮັດການອັດສະຈັນຫຼາຍຢ່າງ ແລະ ເຮັດໃຫ້ຄົນຫຼວງຫຼາຍມາເຊື່ອພຣະເຢຊູ.

OBS Image

ວັນໜຶ່ງ, ໃນຂະນະທີ່ສະເຕຟາໂນກໍາລັງສັ່ງສອນກ່ຽວກັບເລື່ອງພຣະເຢຊູ, ພວກຢິວບາງຄົນທີ່ບໍ່ເຊື່ອພຣະເຢຊູ ເລີ່ມໂຕ້ຖຽງກັບສະເຕຟາໂນ. ພວກເຂົາເລີ່ມໃຈຮ້າຍຫຼາຍຂຶ້ນ ແລະ ເວົ້າໃສ່ຮ້າຍສະເຕຟາໂນໃຫ້ຜູ້ນໍາສາດສະໜາຟັງ, ພວກເຂົາເວົ້າວ່າ, "ພວກເຮົາໄດ້ຍິນລາວເວົ້າບໍ່ດີກ່ຽວກັບໂມເຊ ແລະ ພຣະເຈົ້າ." ດັ່ງນັ້ນ ພວກຜູ້ນຳສາດສະໜາໄດ້ຈັບກຸມສະເຕຟາໂນ ແລະ ນໍາເອົາລາວຂຶ້ນໄປຫາ ນັກບວດ ພ້ອມກັບຜູ້ນໍາຄົນອື່ນໆຂອງຊາວຢິວ ບ່ອນທີ່ເຂົານໍາພະຍານບໍ່ຈິງມາຕົວະສະເຕຟາໂນ.”

OBS Image

ມະຫາປະໂລຫິດຈຶ່ງຖາມສະເຕຟາໂນວ່າ,”ສິ່ງທີ່ກ່າວມາທັງໝົດນີ້ແມ່ນຄວາມຈິງບໍ? ສະເຕຟາໂນຕອບ ແລະ ຕັກເຕືອນພວກເຂົາ ໃນຫຼາຍສິ່ງທີ່ຍິ່ງໃຫຍ່ ທີ່ພຣະເຈົ້າໄດ້ກະທໍາໃນສະໄໝອັບຣາຮາມ ຈົນເຖິງພຣະເຢຊູ, ແລະ ໄພພົນຂອງພຣະເຈົ້າ ກໍບໍ່ເຊື່ອຟັງພຣະອົງ, ພວກເຂົາທັງຫຼາຍບໍ່ໄດ້ເຊື່ອຟັງພຣະອົງ. ຫຼັງຈາກນັ້ນສະເຕຟາໂນໄດ້ກ່າວວ່າ, “ເຈົ້າປາກແຂງ ແລະ ດື້ດ້ານ ເຈົ້າປະຕິເສດພຣະວິນຍາຍບໍລິສຸດເຈົ້າ ເໝືອນກັນກັບບັນພະບຸລຸດຂອງພວກເຈົ້າໄດ້ປະຕິເສດພຣະເຈົ້າ ແລະ ຂ້າຜູ້ປະກາດພະຄໍາຂອງພຣະອົງ. ແຕ່ພວກເຈົ້າທັງຫຼາຍໄດ້ເຮັດສິ່ງທີ່ຊົ່ວຮ້າຍ ຍິ່ງກ່ວາທີ່ພວກເຂົາເຄີຍເຮັດມານັ້ນ! ພວກເຈົ້າຂ້າພຣະເມຊີອາ.”

OBS Image

ເມື່ອຜູ້ນໍາສາດສະໜາໄດຍິນດັ່ງນັ້ນ. ພວກເຂົາໃຈຮ້າຍຫຼາຍ ແລະ ຮ້ອງສຽງດັງຂຶ້ນ ພວກເຂົາລາກສະເຕຟາໂນອອກຈາກເມືອງແລະ ແກ່ວງກ້ອນຫີນໃສ່ລາວເພື່ອຫວັງຈະຂ້າລາວໃຫ້ຕາຍ.

OBS Image

ຂະນະທີ່ສະເຕຟາໂນກໍາລັງຈະຕາຍ, ລາວຮ້ອງອອກມາ, ”ຂ້າແດ່ພຣະເຢຊູເຈົ້າໂຜດມາຮັບຈິດວິນຍານຂ້ານ້ອຍເຖີດ." ຫຼັງຈາກນັ້ນ ລາວຈຶ່ງລົ້ມລົງ ແລະ ຮ້ອງໃຫ້ອອກມາ: "ພຣະອົງເອີ້ຍຢ່າລົງໂທດພວກເຂົາເລີຍ," ແລ້ວສະເຕຟາໂນກໍສິ້ນໃຈຕາຍ.”

OBS Image

ຊາຍຄົນໜຶ່ງຊື່ ໂຊໂລ ລາວເຫັນດີກັບຄົນທັງຫຼາຍທີ່ຂ້າສະເຕຟາໂນ ລາວຢືນເຝົ້າເຄື່ອງໃຫ້ພວກເຂົາ ໃນຂະນະທີ່ພວກເຂົາກໍາລັງແກ່ວງກ້ອນຫີນໃສ່ສະເຕຟາໂນວັນນັ້ນມີຫຼາຍຄົນໃນນະຄອນເຢຮູຊາເລັມ ເລີ່ມເຊື່ອພຣະເຢຊູເຈົ້າ. ດັ່ງນັ້ນ ພວກທີ່ເຊື່ອທັງຫຼາຍກໍໄປລີ້ຊ້ອນຕົວຢູ່ບ່ອນຕ່າງໆ. ແຕ່ເຖິງປານນັ້ນ ພວກເຂົາຍັງໄດ້ເວົ້າເລື່ອງຂອງພຣະເຢຊູເຈົ້າທຸກບ່ອນທີ່ເຂົາໄປ.

OBS Image

ຟີລິບເປັນອັກຄະສາວົກຄົນໜຶ່ງຂອງພຣະເຢຊູ. ເປັນໜຶ່ງໃນບັນດາຜູ້ທີ່ເຊື່ອທີ່ໜີຈາກນະຄອນເຢຮູຊາເລັມ ໃນລະຫ່ວາງມີການຂົ່ມເຫັງ. ລາວໄປເມືອງຊາມາເລຍ ເພື່ອເທດສະໜາເລື່ອງພຣະເຢຊູ ແລະ ມີຫຼາຍຄົນໄດ້ຮັບຄວາມລອດພົ້ນ. ແລ້ວວັນໜຶ່ງ, ເທວະດາ ໄດ້ມາບອກກັບຟີລິບວ່າ ໃຫ້ໄປເສັ້ນທາງໜຶ່ງໃນທະເລຊາຍ ຂະນະທີ່ລາວກໍາລັງເດີນຕາມທາງນັ້ນ ຟີລິບເຫັນຊາຍເອທີໂອເປຍຄົນໜຶ່ງເປັນເຈົ້າພະນັກງານສໍາຄັນກໍາລັງນັ່ງລົດມ້າຂອງລາວ ພຣະວິນຍານບໍລິສຸດບອກກັບຟິລິບວ່າ,”ໃຫ້ເຂົ້າໄປໃກ້ ແລະ ເວົ້າກັບຊາຍຄົນນີ້.”

OBS Image

ເມື່ອຟີລິບເຂົ້າມາໃກ້ລົດມ້າ ລາວໄດ້ຍິນຊາຍເອທິໂອເປຍອ່ານໜັງສືຂອງຜູ້ປະກາດພະຄໍາເອຊາຢາ. ທີ່ໄດ້ຂຽນໄວ້ວ່າ, "ພວກເຂົາໄດ້ນໍາພຣະອົງເໝືອນລູກແກະທີ່ຈະເອົາໄປຂ້າ ແລະ ເປັນລູກແກະທີ່ງຽບບໍ່ເວົ້າຫຍັງຈັກຄໍາ ພຣະອົງບໍ່ໄດ້ຮັບການປະຕິບັດຢ່າງເປັນທໍາ ແລະ ບໍ່ມີໃຜເຄົາລົບພຣະອົງ ພວກເຂົາໄດ້ເອົາຊີວິດຂອງພຣະອົງອອກຈາກພຣະອົງ.”

OBS Image

ເມື່ອຟີລິບຖາມຊາຍເອທິໂອເປຍ, “ເຈົ້າເຂົ້າໃຈໃນສິ່ງທີ່ເຈົ້າກໍາລັງອ່ານບໍ?” ຊາຍເອທິໂອເປຍຕອບວ່າ, ”ບໍ່, ຂ້ອຍບໍ່ສາມາດເຂົ້າໃຈເວັ້ນເສຍແຕ່ວ່າມີຜູ້ໃດຜູ້ໜຶ່ງມາອະທິບາຍໃຫ້ຂ້ອຍຟັງ! ກະລຸນາມານັ່ງຂ້າງໆຂ້ອຍ. ເອຊາຢາຂຽນເຖິງໂຕລາວເອງຫຼືເຖິງໃຜອື່ນ?”

OBS Image

ຟີລິບໄດ້ອະທິບາຍຕໍ່ເອທິໂອເປຍ, ຊາຍທີ່ເອຊາຢາຂຽນເຖິງນັ້ນແມ່ນພຣະເຢຊູ. ຟີລິບຍັງໄດ້ເວົ້າພຣະຄໍາພີອື່ນໆເພື່ອໃຫ້ລາວຮູ້ ແລະ ເຂົ້າໃຈຂ່າວປະເສີດຂອງພຣະເຢຊູ.

OBS Image

ໃນຂະນະທີ່ຟີລິບ ແລະ ຊາຍເອທິໂອເປຍໄດ້ເດີນທາງໄປ ພວກເຂົາໄດ້ມາເຖິງແມ່ນໍ້າ ຊາຍເອທິໂອເປຍເວົ້າວ່າ,”ເບິ່ງແມ້, ຢູ່ທີ່ນີ້ມີນໍ້າ ຂ້ອຍຂໍຮັບບັບຕິດສະມາທີ່ນີ້ໄດ້ບໍ? ” ແລະ ລາວບອກໃຫ້ຄົນຂັບລົດມ້າຢຸດຢູ່ທີ່ນັ້ນ.

OBS Image

ດັ່ງນັ້ນ ພວກເຂົາທັງສອງຈຶ່ງລົງໄປໃນນ້ຳ ແລະ ຟີລິບໄດ້ເຮັດບັບຕິດສະມາໃຫ້ຄົນເອທິໂອເປຍ. ຫຼັງຈາກນັ້ນພວກເຂົາໄດ້ຂຶ້ນມາຈາກນ້ຳ. ໃນທັນໃດນັ້ນ ພຮະວິນຍານບໍລິສຸດເຈົ້າ ໄດ້ນຳຟີລິບໄປຍັງສະຖານທີແຫ່ງໜຶ່ງ. ເພິ່ນສືບຕໍ່ເວົ້າເລື່ອງຂອງພຣະເຢຊູໃຫູ້ຄົນຫຼວງຫຼາຍໄດ້ຟັງ.

OBS Image

ຊາຍເອທິໂອເປຍໄດ້ສືບຕໍ່ເດີນທາງກັບບ້ານຂອງເຂົາຢ່າງມີຄວາມສຸກ ເພາະວ່າລາວຮູ້ ແລະ ເຂົ້າໃຈເລື່ອງຂອງພຣະເຢຊູ.

ຈາກພະຄໍາພີ ກິດຈະການ 6:8-8:5; 8:26-40