lo_obs/content/30.md

5.3 KiB

30. ພຣະເຢຊູຊົງລ້ຽງຫ້າພັນຄົນ

OBS Image

ພຣະເຢຊູໄດ້ສົ່ງບັນດາອັກຄະສາວົກຂອງພຣະອົງອອກໄປປະກາດແລະສັ່ງສອນຕາມແຕ່ລະໝູ່ບ້ານ. ເມື່ອພວກເຂົາກັບຄືນມາ ພວກເຂົາໄດ້ເລົ່າໃຫ້ພຣະອົງຟັງເຖິງສິ່ງທີ່ພວກເຂົາໄດ້ເຮັດ. ແລ້ວພຣະເຢຊູໄດ້ຊວນພວກເຂົາໃຫ້ຂ້າມໄປພັກຜ່ອນໃນບ່ອນທີ່ງຽບສະຫງົບຢູ່ອີກຟາກໜຶ່ງຂອງທະເລສາບ.

OBS Image

ແຕ່ມີຫຼາຍຄົນເຫັນພຣະເຢຊູແລະອັກຄະສາວົກຂອງພຣະອົງລົງເຮືອ. ຄົນເຫຼົ່ານັ້ນກໍແລ່ນຕາມພຣະອົງໄປຕາມແຄມທະເລສາບເພື່ອໃຫ້ໄປກ່ອນໜ້າພຣະອົງ. ສະນັ້ນເມື່ອພຣະເຢຊູແລະພວກສາວົກມາເຖິງ ຄົນຈຳນວນຫຼວງຫຼາຍກໍລໍຖ້າພວກເຂົາຢູ່ທີ່ນັ້ນແລ້ວ.

OBS Image

ຄົນເຫຼົ່ານັ້ນ ມີຈຳນວນ 5,000ຄົນ ນັບພຽງແຕ່ຜູ້ຊາຍ ເຊິ່ງຍັງບໍ່ທັນລວມກັບຜູ້ຍິງແລະເດັກນ້ອຍ. ພຣະເຢຊູເຫັນອົກເຫັນໃຈຄົນເຫຼົ່ານັ້ນຫຼາຍ. ໃນສາຍຕາຂອງພຣະເຢຊູຄຣິດແລ້ວ ຄົນເຫຼົ່ານີ້ປຽບເໝືອນຝູງແກະທີ່ບໍ່ມີຜູ້ລ້ຽງ. ສະນັ້ນພຣະເຢຊູຈຶ່ງສັ່ງສອນເຂົາ ແລະຢຽວຢາຮັກສາຄົນທີ່ບໍ່ສະບາຍໃນທ່າມກາງພວກເຂົາ.

OBS Image

ໃນຕອນແລງຂອງວັນນັ້ນ ພວກສາວົກບອກພຣະເຢຊູວ່າ, “ຮອດຕອນແລງແລ້ວ ແລະຕົວເມືອງກໍຢູ່ຫ່າງໄກຈາກບ່ອນນີ້ຫຼາຍ. ຈົ່ງບອກໃຫ້ປະຊາຊົນພາກັນກັບບ້ານ ເພື່ອພວກເຂົາຈະສາມາດຫາຊື້ອາຫານກິນໄດ້.”

OBS Image

ແຕ່ພຣະເຢຊູຊົງກ່າວຕໍ່ພວກສາວົກຂອງພຣະອົງວ່າ, ຈົ່ງເອົາອາຫານໃຫ້ພວກເຂົາກິນສາ!” ພວກເຂົາຕອບພຣະອົງວ່າ, “ພວກເຮົາຈະເຮັດຢ່າງນັ້ນໄດ້ແນວໃດ? ພວກເຮົາມີພຽງແຕ່ເຂົ້າຈີ່5ກ້ອນແລະປານ້ອຍ2ໂຕ.”

OBS Image

ພຣະເຢຊູໄດ້ສັ່ງໃຫ້ສາວົກຂອງພຣະອົງບອກພວກຄົນເຫຼົ່ານັ້ນໃຫ້ນັ່່ງລົງເປັນກຸ່ມເທິງຫຍ້າ ກຸ່ມລະ50ຄົນ.

OBS Image

ເມື່ອພຣະເຢຊູຊົງຮັບເອົາເຂົ້າຈີ່5ກ່ອນກັບປາ2ໂຕ ແລ້ວກໍເງີຍໜ້າຂຶ້ນເທິງຟ້າ ແລະໂມທະນາຂອບພຣະຄຸນພຣະເຈົ້າສຳລັບອາຫານ.

OBS Image

ແລ້ວພຣະເຢຊູກໍຫັກເຂົ້າຈີ່ແລະແບ່ງປານັ້ນເປັນຕ່ອນໆ. ພຣະອົງຊົງແຈກແຕ່ລະຕ່ອນໃຫ້ກັບພວກສາວົກແລະປະຊາຊົນທັງໝົດ. ພວກສາວົກກໍພາກັນແຈກຢາຍເຂົ້າຈີ່ແລະປາຕໍ່ໆກັນໄປແລະມັນກໍບໍ່ໝົດຈັກເທື່ອ! ທຸກໆຄົນໄດ້ກິນແລະມີຄວາມພໍໃຈຫຼາຍ

OBS Image

ຫຼັງຈາກນັ້ນ ພວກສາວົກຂອງພຣະອົງກໍເກັບເອົາສ່ວນທີ່ຍັງບໍ່ທັນໄດ້ກິນເອົາໄວ້ໄດ້ຈົນເຕັມ 12 ກະຕ່າ! ອາຫານທັງໝົດນັ້ນແມ່ນມາຈາກເຂົ້າຈີ່ພຽງ 5 ກ້ອນແລະປາ 2 ໂຕ.

ບົດເລື່ອງຈາກພຣະຄຳ: ມັດທາຍ 14:13-21; ມາຣະໂກ 6:31-44; ລູກາ 9:10-17; ໂຢຮັນ 6:5-15