lo_obs/content/18.md

7.8 KiB

18. ອານາຈັກຖືກແບ່ງແຍກ

OBS Image

ຫຼັງຈາກຫຼາຍປີຜ່ານໄປ, ດາວິດໄດ້ຕາຍໄປ ແລະ ລູກຊາຍຂອງເພູິ່ນຊື່ ໂຊໂລໂມນ ເລີ່ມຂຶ້ນປົກຄອງປະເທດອິດສະລາເອນແທນ. ພະເຈົ້າເວົ້າກັບໂຊໂລໂມນ ແລະ ຖາມເພິ່ນວ່າ: ເພິ່ນຕ້ອງການຫຍັງຫຼາຍທີ່ສຸດ? ເມື່ອໂຊໂລໂມນຂໍສະຕິປັນຍາ, ພະເຈົ້າໄດ້ພໍໃຈນຳເພິ່ນ ແລະ ເຮັດໃຫ້ລາວເປັນຄົນທີ່ສະຫຼາດທີ່ສຸດໃນໂລກ. ໂຊໂລໂມນໄດ້ເລີ່ມຮຽນຫຼາຍສິ່ງຫຼາຍຢ່າງ ແລະ ເປັນຜູ້ພິພາກສາທີ່ສະຫຼາດທີ່ສຸດ.ພະເຈົ້າຍັງເຮັດໃຫ້ເພິ່ນເປັນຄົນທີ່ລໍ້າລວຍ.

OBS Image

ໃນເຢຣູຊາເລັມ,ໂຊໂລໂມນ ໄດ້ສ້າງພະວິຫານຕາມທີ່ພໍ່ຂອງເພິ່ນ ດາວິດ ໄດ້ວາງແຜນໄວ້ ແລະ ຮີບໂຮມເອົາວັດສະດຸ. ຕອນນັ້ນທຸກຄົນນະມັດສະການ ແລະ ຖວາຍເຄື່ອງບູຊາໃນພະວິຫານນັ້ນ ແທນການເຮັດຢູ່ເຕັ້ນ. ພະເຈົ້າໄດ້ປະກົດ ແລະ ສະຖິດກັບປະຊາຊົນຂອງພຣະອົງໃນພະວິຫານ.

OBS Image

ແຕ່ໂຊໂລໂມນໄດ້ຮັກກັບຍິງຊາວຕ່າງຊາດ. ເພິ່ນບໍ່ເຊື່ອຟັງພຣະເຈົ້າ, ເພິ່ນແຕ່ງງານກັບຍິງຕ່າງຊາດຫຼາຍ ກ່ວາ 1000ຄົນ! ພວກນາງໄດ້ມາຈາກປະເທດຕ່າງໆ ແລະ ນໍາເອົາພະຂອງພວກນາງມານໍາ ແລະບູຊາພະຂອງພວກນາງ. ເມື່ອໂຊໂລໂມນເຖົ້າແກ່, ເພິ່ນໄດ້ນະມັດສະການພະເຫຼົ່ານັ້ນ.

OBS Image

ພຣະເຈົ້າໃຈຮ້າຍໂຊໂລໂມນ ແລະ ລົງໂທດໃນຄວາມບໍ່ສັດຊື່ຂອງເພິ່ນ. ຫຼັງຈາກທີ່ໂຊໂລໂມນຕາຍ, ພຣະເຈົ້າໄດ້ແບ່ງອານາຈັກອິດສະລາເອນເປັນສອງອານາຈັກ.

OBS Image

ຫຼັງຈາກທີ່ໂຊໂລໂມນເສຍຊີວິດລູກຊາຍຂອງລາວຄື: ເຮໂຫໂບອາມ ຂຶ້ນເປັນກະສັດແທນ. ເຮໂຫໂບອາມເປັນຄົນທີ່ໂງ່ຫຼາຍ.ທຸກຄົນໃນອິດສະລາເອນຕ່າງກໍມາໂຮມກັນເພື່ອເປັນພະຍານໃນການຂຶ້ນເປັນກະສັດຂອງເພິ່ນ. ປະຊາຊົນໄດ້ຈົ່ມນໍາເຮໂຫໂບອາມວ່າ: ພໍ່ຂອງເພິ່ນຄືໂຊໂລໂມນບັງຄັບໃຫ້ເຂົາເຮັດວຽກຢ່າງໜັກ ແລະ ເກັບພາສີແພງ.

OBS Image

ເຮໂຫໂບອາມຄົນໂງ່ຈຶ່ງຕອບພວກເຂົາວ່າ: ພວກເຈົ້າຄິດວ່າພໍ່ຂອງເຮົາໃຫ້ພວກເຈົ້າເຮັດວຽກໜັກສັນບໍ? ແຕ່ເຮົາຈະໃຫ້ພວກເຈົ້າເຮັດວຽກໜັກກ່ວາເກົ່າ ແລະ ຈະລົງໂທດພວກເຈົ້າຫຼາຍກ່ວາທີ່ພໍ່ເຮົາເຄີຍເຮັດ.

OBS Image

ສິບຊົນເຜົ່າຂອງອິດສະລາເອນໄດ້ກະບົດຕໍ່ເຮໂຫໂບອາມ, ມີພຽງແຕ່ສອງຊົນເຜົ່າເທົ່ານັ້ນທີ່ສັດຊື່ຕໍ່ເພິ່ນ. ສອງຊົນເຜົ່ານັ້ນໄດ້ກາຍເປັນອານາຈັກຢູດາ

OBS Image

ສ່ວນສິບຊົນເຜົ່າທີ່ເປັນກະບົດນັ້ນ, ໄດ້ແຕ່ງຕັ້ງຊາຍຄົນໜຶ່ງຂຶ້ນປົກຄອງຊື່ວ່າ: ເຣໂຫບອາມ. ເຢໂຮໂບອານໄດ້ຕັ້ງອານາຈັກຂອງລາວຢູ່ພາກເໜືອໃນດິນແດນອິດສະລາເອນ ແລະເຂົາເອີ້ນວ່າ: ອານາຈັກອິດສະລາເອນ.

OBS Image

ເຢໂຣໂບອາມໄດ້ກະບົດຕໍ່ພຣະເຈົ້າ ແລະ ນໍາພາປະຊາຊົນເຮັດບາບ. ເຂົາສ້າງຮູບເຄົາລົບສອງຢ່າງໃຫ້ປະຊາຊົນນະມັດສະການແທນການນະມັດສະການພຣະເຈົ້າ ທີ່ພະວິຫານໃນອານາຈັກຢູດາ.

OBS Image

ອານາຈັກຢູດາ ແລະ ອິດສະລາເອນໄດ້ກາຍເປັນສັດຕູກັນ ແລະ ຕໍ່ສູ້ເຊິ່ງກັນ.

OBS Image

ໃນອານາຈັກໃໝ່ຂອງອິດສະລາເອນ, ກະສັດສ່ວນຫຼາຍເປັນຄົນຊົ່ວ. ກະສັດຫຼາຍອົງຖືກຂ້າໂດຍປະຊາຊົນອິດສະລາເອນທີ່ຢາກຂຶ້ນເປັນກະສັດ.

OBS Image

ກະສັດທຸກອົງ ແລະ ປະຊາຊົນສ່ວນຫຼາຍແມ່ນນະມັດສະການຮູບເຄົາລົບ. ລວມໄປເຖິງການຜິດສິນທໍາທາງເພດ ແລະ ບາງທີກໍຂ້າເດັກນ້ອຍເປັນເຄື່ອງຖວາຍບູຊາ.

OBS Image

ກະສັດຂອງຢູດາເປັນລູກຫຼານຂອງດາວິດ. ບາງກະສັດເປັນຄົນດີ, ປົກຄອງຢ່າງຊອບທໍາ ແລະ ນະມັດສະການພຣະເຈົ້າ. ແຕ່ກະສັດຂອງຢູດາສ່ວນຫຼາຍແມ່ນຊົ່ວຮ້າຍ, ຕິດສິນບົນ ແລະ ນະມັດສະການຮູບເຄົາລົບ. ກະສັດບາງອົງກໍຖວາຍລູກຫົວປີໃຫ້ແກ່ພະຂອງເຂົາ. ປະຊາຊົນສ່ວນຫຼາຍກະບົດຕໍ່ພຣະເຈົ້າ ແລະ ນະມັດສະການຮູບເຄົາລົບ.

ຈາກພະຄໍາພີ: 1ກະສັດ: 1-6; 11-12