lo_obs/content/11.md

36 lines
4.2 KiB
Markdown
Raw Permalink Blame History

This file contains ambiguous Unicode characters

This file contains Unicode characters that might be confused with other characters. If you think that this is intentional, you can safely ignore this warning. Use the Escape button to reveal them.

# 11. ປັດສະຄາ #
![OBS Image](https://cdn.door43.org/obs/jpg/360px/obs-en-11-01.jpg)
ພຣະເຈົ້າໄດ້ເຕືອນກະສັດຟາໂລວ່າ: ຖ້າເຈົ້າບໍ່ປ່ອຍຊາວອິດສະລາເອນໄປ. ພຣະອົງກໍຈະຂ້າລູກຊາຍກົກທັງໝົດຂອງຄົນ ແລະ ສັດ. ເມື່ອກະສັດຟາໂລໄດ້ຍິນສິ່ງນີ້ ເພີ່ນຍັງຄົງບໍ່ເຊື່ອຟັງພຣະເຈົ້າ.
![OBS Image](https://cdn.door43.org/obs/jpg/360px/obs-en-11-02.jpg)
ພຣະເຈົ້າຊົງໄດ້ຈັດຕຽມທາງເພື່ອຊ່ວຍລູກຊາຍກົກທຸກຄົນທີ່ຕິດຕາມພຣະອົງ ແລະ ແຕ່ລະຄອບຄົວກໍໄດ້ຈັດເລືອກເອົາແກະໂຕທີ່ສົມບູນທີ່ສຸດມາແລ້ວກໍຂ້າ.
![OBS Image](https://cdn.door43.org/obs/jpg/360px/obs-en-11-03.jpg)
ພຣະເຈົ້າຊົງບອກໃຫ້ຊາວອິດສະລາເອນເອົາເລືອດແກະທາໃສ່ອ້ອມຂອບປະຕູເຮືອນຂອງເຂົາ ແລະ ປີ້ງຊີ້ນກີນຢ່າງໄວ. ພ້ອມກັບກີນເຂົ້າຈີ່ທີ່ບໍ່ມີເຊື້ອແປ້ງ. ພຣະອົງຍັງຊົງບອກອີກວ່າໃຫ້ກຽມພ້ອມທີ່ຈະອອກຈາກເອຢິບເມື່ອກີນແລ້ວ.
![OBS Image](https://cdn.door43.org/obs/jpg/360px/obs-en-11-04.jpg)
ປະຊາຊົນອິດສະລາເອນໄດ້ປະຕິບັດຕາມທຸກສິ່ງທີ່ພຣະເຈົ້ານັ້ນຊົງໄດ້ສັ່ງໄວ້ໃຫ້ພວກເຂົາເຮັດ. ໃນທ່ຽງຄືນນັ້ນ ພຣະເຈົ້າໄດ້ຊົງຂ້າລູກຊາຍກົກທັງໝົດຂອງຊາວເອຢິບ.
![OBS Image](https://cdn.door43.org/obs/jpg/360px/obs-en-11-05.jpg)
ເຮືອນທຸກຫຼັງຂອງປະຊາຊົນອິດສະລາເອນທີ່ມີເລືອດທາອ້ອມຂອບປະຕູ ພຣະເຈົ້າຊົງໄດ້ຜ່ານເຮືອນຫຼັງນັ້ນໄປທຸກຄົນທີ່ຢູ່ໃນພວກເຂົາກໍປອດໄພ. ພວກເຂົາໄດ້ຮັບການປົກປ້ອງເພາະວ່າພວກເຂົາມີເລືອດແກະ.
![OBS Image](https://cdn.door43.org/obs/jpg/360px/obs-en-11-06.jpg)
ແຕ່ວ່າປະຊາຊົນເອຢິບນັ້ນບໍ່ໄດ້ຟັງ ຫຼື ເຮັດຕາມພຣະເຈົ້າສັ່ງ. ດັ່ງນັ້ນພຣະເຈົ້າຈຶ່ງບໍ່ຜ່ານເຮືອນພວກເຂົາ. ພຣະເຈົ້າໄດ້ຂ້າລູກຊາຍກົກທຸກຄົນຂອງຊາວເອຢິບ.
![OBS Image](https://cdn.door43.org/obs/jpg/360px/obs-en-11-07.jpg)
ລູກຊາຍກົກຂອງຊາວເອຢິບທຸກໆຄົນນັ້ນໄດ້ຕາຍ, ເລີ່ມຈາກລູກຊາຍກົກຂອງນັກໂທດໃນຄຸກ, ຈົນເຖິງລູກຊາຍກົກຂອງກະສັດຟາໂລ. ທຸກຄົນໃນເອຢິບຕ່າງກໍພາກັນຮ້ອງໄຫ້ຄວນຄາງເພາະພວກເຂົາໂສກເສົ້າຫຼາຍ.
![OBS Image](https://cdn.door43.org/obs/jpg/360px/obs-en-11-08.jpg)
ໃນຄືນນັ້ນ, ກະສັດຟາໂລໄດ້ເອີ້ນເອົາໂມເຊ ແລະ ອາໂລນ ແລະ ໄດ້ເວົ້າວ່າ: “ໃຫ້ເອົາຊາວອິດສະລາເອນ ແລະ ນຳອອກຈາກເອຢິບໂດຍທັນທີ !” ປະຊາຊົນເອຢິບກໍຮີບເລັ່ງຊາວອິດສະລາເອນໃຫ້ອອກຈາກເອຢິບໂດຍທັນທີ.
_ຈາກພຣະຄຳພີ 11:112:32_